ກິ່ນຫອມກາເຟຈາກທົ່ງພຽງດິນແດງ ກຳລັງລອຍຈາກນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ໄປສູ່ທົ່ວໂລກ, ໄດ້ດຶງດູດຜູ້ຮັກກາເຟຂອງທົ່ວໂລກຈຳນວນຫຼວງຫຼາຍ. ເພື່ອຕອບສະໜອງຕໍ່ການເຊື້ອເຊີນທົ່ວໂລກມາຮ່ວມງານ "A Letter from Kunming ຍິນດີຕ້ອນຮັບສູ່ນະຄອນຄຸນໝິງ" ກິດຈະກຳສື່ສານສາກົນ "ກິ່ນຫອມກາເຟຄຸນໝິງ ລົດຊາດເຊື່ອມຕໍ່ທົ່ວໂລກ" ໄດ້ເລີ່ມຕົ້ນຢ່າງເປັນທາງການ. ຢູ່ທີ່ນີ້, ທ່ານຈະໄດ້ສຳຜັດກັບທັງລົດຊາດທີ່ເຂັ້ມຂຸ້ນ ແລະ ມີກິ່ນຫອມເປັນເອກະລັກສະເພາະຂອງເຂດປູກກາເຟໃນຢຸນນານ, ພ້ອມທັງວິຖີຊີວິດປະຈຳວັນທີ່ອົບອວນໄປດ້ວຍກິ່ນຫອມກາເຟ ທ່າມກາງຄວາມງົດງາມຂອງທະເລສາບ ແລະ ພູເຂົາ. ພວກເຮົາຂໍເຊີນທ່ານມາຊີມລົດຊາດທີ່ເປັນເອກະລັກ, ແລະ ສຳຜັດກັບ ມໍລະດົກທາງວັດທະນະທຳຂອງ "ເມືອງແຫ່ງລະດູໃບໄມ້ປົ່ງ" ໄປພ້ອມກັບກາເຟ.
ກິ່ນຫອມກາເຟເປັນເວລາໜຶ່ງສະຕະວັດ, ເຮັດໃຫ້ຕົວເມືອງມີເອກະລັກສະເພາະ.
ປະເພນີການດື່ມກາເຟໃນເມືອງຄຸນໝິງມີເວລາຫຼາຍຮ້ອຍປີແລ້ວ.
ໃນປີ 1910, ກາເຟໃນຖານະເປັນຜະລິດຕະພັນນຳເຂົ້າ, ໄດ້ຖືກຂົນສົ່ງໄປຍັງຄຸນໝິງຜ່ານເສັ້ນທາງລົດໄຟຢຸນນານ-ຫວຽດນາມ; ໃນຊຸມປີ 1930, ກິ່ນຫອມກາເຟໄດ້ກະຈາຍໄປທົ່ວອາກາດຢູ່ຮ້ານອາຫານຕາເວັນຕົກ ນານໄລເຊງ ທີ່ຖະໜົນ ຈິນປີ. ໃນເວລານັ້ນ, ຄູອາຈານ ແລະນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດທີ່ເຊື່ອມໂຍງພາກຕາເວັນຕົກສຽງໃຕ້(Southwest Associated Universit), ພ້ອມທັງນັກທຸລະກິດຈາກພາກເໜືອ ແລະ ພາກໃຕ້, ໄດ້ເຕົ້າໂຮມກັນຢູ່ທີ່ນີ້ເພື່ອດື່ມກາເຟບົດໃໝ່ໆຮ່ວມກັນ; ໃນປີ 1992, ໂຮງງານກາເຟຢຸນນານເປັນໂຮງງານປຸງແຕ່ງກາເຟທີ່ທັນສະໄໝແຫ່ງທຳອິດໃນປະເທດຈີນ, ໄດ້ຖືກສ້າງຕັ້ງຂຶ້ນຢູ່ທີ່ເມືອງຄຸນໝິງ, ເຊິ່ງເປັນການຂຽນບົດໃໝ່ໃຫ້ແກ່ອຸດສາຫະກຳກາເຟຂອງຈີນ.
ໃນໄລຍະໜຶ່ງສະຕະວັດທີ່ຜ່ານມາ, ກາເຟໄດ້ຖືກປະສົມປະສານຢ່າງເລິກເຊິ່ງເຂົ້າກັບໂຄງສ້າງຕົວເມືອງຂອງເມືອງຄຸນໝິງມາດົນແລ້ວ; ຮູບແບບຕົວເມືອງທີ່ເປີດກວ້າງຊ່ວຍໃຫ້ກິ່ນຫອມກາເຟສາມາດແຜ່ລາມໄປໄດ້ໄກຂຶ້ນເລື້ອຍໆ. ໃນປະຈຸບັນນີ້, ເມືອງຄຸນໝິງບໍ່ພຽງແຕ່ເປັນປ່ອງຢ້ຽມຫຼັກສຳລັບກາເຟຢຸນນານໃນການເຂົ້າສູ່ໂລກເທົ່ານັ້ນ, ແຕ່ຍັງເປັນຈຸດເຊື່ອມຕໍ່ລະດັບສູງຂອງອຸດສາຫະກຳກາເຟກັບຄວາມອົບອຸ່ນຂອງຊີວິດປະຈຳວັນອີກດ້ວຍ.
ກາເຟຈອກໜຶ່ງ ເຊື່ອມຕໍ່ລົດຊາດຕ່າງໆຈາກທົ່ວໂລກ.
ໃນເດືອນມິຖຸນານີ້, ການແຂ່ງຂັນເມັດກາເຟ Gems ຢຸນນານ ຄັ້ງທີ II (ການແຂ່ງຂັນທົດລອງ ເມັດກາເຟດີເດັ່ນແຂວງຢຸນນານ) ປະຈຳສັບປະດາຕັດສິນລະດັບສາກົນໄດ້ສິ້ນສຸດລົງຢູ່ທີ່ເມືອງຄຸນໝິງ.ຜູ້ພິພາກສາການແຂ່ງຂັນສາກົນ 11 ທ່ານຈາກ 8 ປະເທດ ເຊັ່ງ: ອາເມລິກາ, ເຢຍລະມັນ, ເກົາຫຼີໃຕ້, ຍີ່ປຸ່ນ ແລະ ຫວຽດນາມ, ໄດ້ປະເມີນລົດຊາດຂອງເມັດກາເຟຢຸນນານໂດຍໃຊ້ມາດຕະຖານວິຊາຊີບສາກົນ. ພວກເຂົາໄດ້ເດີນທາງຜ່ານທະເລສາບ ສຸ້ຍຫູ, ບ້ານ ໄຮຢານ, ແລະ ໂຮງງານປຸງແຕ່ງກາເຟ, ເພື່ອຄວາມຮູ້ສຶກກັບວັດທະນະທຳກາເຟຂອງເມືອງຄຸນໝິງ.
"ຮ້ານກາເຟເຫຼົ່ານີ້, ປະສົມປະສານກັບສະພາບແວດລ້ອມໄດ້ຢ່າງລຽບງ່າຍ." ທ່ານ Kristopher Schackman, ຜູ້ຮ່ວມກໍ່ສ້າງ ຍີ່ຫໍ້ກາເຟພິເສດຂອງເຢຍລະມັນ Five Elephant, ໄດ້ກ່າວໄວ້ໃນຂະນະທີ່ໄປຢ້ຽມຢາມບ້ານ ໄຮຢານ. ສິ່ງທີ່ເຮັດໃຫ້ພວກເຂົາຮູ້ສຶກປະທັບໃຈບໍ່ພຽງແຕ່ເປັນຄຸນນະພາບຂອງເມັດກາເຟທີ່ໂດດເດັ່ນເທົ່ານັ້ນ, ແຕ່ຍັງລວມທັງບັນຍາກາດທີ່ຜ່ອນຄາຍຂອງຕົວເມືອງທີ່ຊ່ວຍໃຫ້ກາເຟສາມາດປູກຝັງໄດ້ຕາມທຳມະຊາດ ແລະ ປະສົມປະສານເຂົ້າໃນຊີວິດປະຈຳວັນໄດ້ຢ່າງລຽບງ່າຍອີກດ້ວຍ.
ສິ່ງທີ່ດຶງດູດຄວາມສົນໃຈຂອງທົ່ວໂລກນັ້ນ ບໍ່ຈຳກັດຢູ່ລົດຊາດລະດັບມືອາຊີບໃນຈອກກາເຟ ຫຼື ຢູ່ໃນວົງການຜູ້ພິພາກສາ ແລະ ຜູ້ປະຕິບັດງານເທົ່ານັ້ນ. ໃນລະດູຮ້ອນນີ້, ງານເທດສະການກາເຟຂະໜາດໃຫຍ່ຈະນຳເອົາກິ່ນຫອມກາເຟຢຸນນານ ຈາກໂຕະກາເຟມືອາຊີບໄປສູ່ຖະໜົນຫົນທາງ ແລະ ແຄມທະເລສາບຂອງເມືອງຄຸນໝິງ, ເຊິ່ງກະຈາຍໄປຊີວິດປະຈຳວັນຂອງຕົວເມືອງນີ້ ນັບຕັ້ງແຕ່ຮຸ່ງເຊົ້າຈົນຮອດຄ່ຳແລງ.
ພວກເຮົາຂໍເຊີນທ່ານມາສຳຜັດກັບຄວາມອົບອຸ່ນຂອງ "ເມືອງແຫ່ງລະດູໃບໄມ້ປົ່ງ" ຜ່ານກິ່ນຫອມຂອງກາເຟໃນຊີວິດປະຈຳວັນ.
ຖ້າຫາກວ່າ ການແຂ່ງຂັນລະດັບສາກົນເປັນເຄື່ອງວັດແທກຄຸນນະພາບລະດັບມືອາຊີບຂອງກາເຟຢຸນນານ, ສຳລັບວິຖີຊີວິດປະຈຳວັນທີ່ຄຶກຄື້ນຂອງນະຄອນຄຸນໝິງ ກໍຄືສິ່ງທີ່ສະແດງໃຫ້ເຫັນເຖິງຄວາມອົບອຸ່ນອັນແທ້ຈິງ ແລະ ໜ້າປະທັບໃຈຂອງວັດທະນະທຳທ້ອງຖິ່ນ.
ບາງຄົນເລີ່ມຕົ້ນມື້ໃໝ່ອີກຢ່າງສົດຊື່ນດ້ວຍກາເຟຈອກໜຶ່ງ ໃນຫຼັງຈາກແລ່ນຕອນເຊົ້າສຳເລັດແລ້ວ ຢູ່ສວນສາທາລະນະສຸ້ຍຫູ; ສ່ວນໃນຕອນບ່າຍ, ຮ້ານກາເຟຕາມຖະໜົນເວິນຫຼິນ ເຊິ່ງຄຶກຄື້ນມ່ວນຊື່ນໄປດ້ວຍລູກຄ້າ ໃນຂະນະທີ່ແສງແດດສ່ອງຜ່ານໃບໄມ້ຂອງຕົ້ນອູທົງ ລົງມາ ເກີດເປັນລວດລາຍຂອງແສງ ແລະ ເງົາຕົ້ນໄມ້ທີ່ສວຍງາມຕົກກະທົບໃສ່ຈອກກາເຟຂອງພວກເຂົາ; ໃນຂະນະດຽວກັນ, ທີ່ຕະຫຼາດກະສິກອນ ຈ່ວນຊິນ, ຜູ້ຄົນທີ່ຫາກໍ່ຊື້ດອກໄມ້, ຜັກ ແລະ ເຫັດຕາມລະດູການ ສຳເລັດແລ້ວກໍ່ຈະໄດ້ຊື້ "ກາເຟຕະຫຼາດ" ຈອກໜຶ່ງເພື່ອບັນເທົາຄວາມອິດເມື່ອຍຂອງມື້ໜຶ່ງ.
ໃນເມືອງຄຸນໝິງ, ກາເຟບໍ່ມີຂອບເຂດ. ມັນສາມາດພົບໄດ້ຢູ່ແຄມທະເລສາບ ຫຼື ຕາມຖະໜົນ; ນັກທ່ອງທ່ຽວຈາກທາງໄກໆ, ພົນລະເມືອງ, ພະນັກງານກາເຟ, ແລະ ຜູ້ຄົນທີ່ເດີນທາງໄປຕະຫຼາດເຊົ້າ ລ້ວນແຕ່ໄດ້ເພີດເພີນກັບກາເຟ. ເຊັ່ນດຽວກັນກັບເສັ້ນໝີ່ ແລະ ດອກໄມ້ສົດ, ກາເຟໄດ້ຝັງເລິກຢູ່ໃນໂຄງສ້າງຂອງຕົວເມືອງມາດົນແລ້ວ, ກາຍເປັນສ່ວນໜຶ່ງທີ່ສຳຄັນຂອງຊີວິດປະຈຳວັນ.
ບໍ່ຕ້ອງຊອກຫາຢ່າງຕັ້ງໃຈ ຫຼື ການເດີນທາງທີ່ຫຍຸ້ງຍາກ, ກາເຟຈອກໜຶ່ງຢູ່ຕາມແຈຖະໜົນ ກໍ່ແມ່ນການເຊື້ອເຊີນທີ່ອົບອຸ່ນຂອງຄຸນໝິງ. ເປັນຫຍັງຈຶ່ງບໍ່ເຂົ້າໄປໃນຕົວເມືອງນີ້, ປົດລັອກຄວາມອົບອຸ່ນ ແລະ ຄວາມມີຊີວິດຊີວາທີ່ສາມາດເຂົ້າເຖິງໄດ້ງ່າຍນີ້?
ພວກເຮົາຂໍເຊີນທ່ານມາເພີດເພີນກາເຟທີ່ສະບາຍໃຈ ທ່າມກາງທິວທັດທີ່ສວຍງາມຂອງທະເລສາບ ແລະ ພູຜາ.
ໃນເມືອງຄຸນໝິງ, ກາເຟ ແລະ ທິວທັດມັກຈະພົບກັນໂດຍບໍ່ຄາດຄິດ. ຮ້ານກາເຟສາມາດຕັ້ງຢູ່ໃນຖະໜົນເກົ່າ ຫຼື ຫັນໜ້າໄປທາງໜອງແສ ດຽນຊີ ທີ່ມີທິວທັດສວຍງາມ.
ບ້ານບູຮານໄຫຢ້ຽນ, ມີປະຫວັດສາດຫຼາຍກວ່າ 600 ປີ, ຕັ້ງຢູ່ແຄມຝັ່ງໜອງແສ ດຽນຊີ ທາງທິດຕາເວັນອອກ, ເຊິ່ງມີຮ້ານກາເຟຫຼາຍແຫ່ງທີ່ປ່ຽນມາຈາກເຮືອນບູຮານໃນໝູ່ບ້ານນີ້.ການດື່ມກາເຟຈອກໜຶ່ງຢູ່ແຄມທະເລສາບສຸ້ຍຫູໃນແສງແດດຕອນເຊົ້າ, ພ້ອມດ້ວຍເງົາຂອງຕົ້ນໄມ້ ແລະ ນົກນາງນວນທີ່ບິນໄປມາ, ເຮັດໃຫ້ເວລາຊ້າລົງຢູ່ທີ່ນີ້; ເມື່ອຕອນແລງ, ດື່ມກາເຟຢຸນນານຈອກໜຶ່ງ ແລະ ເບິ່ງຕາເວັນຕົກດິນຄ່ອຍໆຈົມລົງສູ່ໜອງແສ ດຽນຊີ, ຄື້ນສີທອງຄຳທີ່ເຕັມໄປດ້ວຍຄວາມໂລແມນຕິກ; ຢູ່ຖະໜົນຊຸນຈິນ, ທີ່ມີອາຄານແບບຝຣັ່ງ ແລະ ຮ້ານກາເຟທີ່ມີລັກສະນະພິເສດເສີມເຊິ່ງກັນແລະກັນ, ເລື່ອງລາວເກົ່າໆຂອງຖະໜົນ ແລະ ກິ່ນຫອມອັນອຸດົມສົມບູນຂອງກາເຟປະສົມປະສານກັນ, ທຸກໆຈອກກໍ່ແມ່ນການສົນທະນາລະຫວ່າງປະຫວັດສາດ ແລະ ປະຈຸບັນ.
ຊັບພະຍາກອນທາງທຳມະຊາດຂອງເມືອງຄຸນໝິງເຮັດໃຫ້ຜູ້ຄົນມີຄວາມໝັ້ນໃຈທີ່ຈະຊ້າລົງ ແລະ ກາເຟຈອກໜຶ່ງເຮັດໃຫ້ຜູ້ຄົນຢາກຢູ່ເມືອງແຫ່ງນີ້ດົນຂຶ້ນ ຍ້ອນທິວທັດທີ່ສວຍງາມ. ຢູ່ທີ່ນີ້ບໍ່ພຽງແຕ່ແມ່ນດື່ມກາເຟເທົ່ານັ້ນ, ແຕ່ຍັງເປັນວິຖີຊີວິດທີ່ຜ່ອນຄາຍ ຄຽງຄູ່ກັບແມ່ນ້ຳພູຜາ ແລະ ການດຳລົງຊີວິດທີ່ກົມກຽວກັບຕົວເມືອງ.
ເດີນທາງໄປເມືອງຄຸນໝິງ, ຊິມລົດຊາດກາເຟຢຸນນານທ່າມກາງແສງຕາເວັນຕາເວັນຕົກດິນຂອງໜອງແສ ຕຽນຊື, ເງົາຕົ້ນໄມ້ຢູ່ແຄມທະເລສາບສວຍຫູ, ແລະ ຖະໜົນເກົ່າ. ໃຫ້ຄວາມງາມຂອງເມືອງແຫ່ງລະດູໃບໄມ້ປົ່ງນີ້ ປະສົມເຂົ້າກັບກິ່ນຫອມອ່ອນໆຂອງກາເຟ.
ທ່ານບໍ່ພຽງແຕ່ເປັນຄົນຮັກກາເຟ
ພວກເຮົາການເຊື້ອເຊີນທ່ານ:
ກາຍເປັນຜູ້ສຳຜັດ, ຊິມລົດຊາດກາເຟຢຸນນານຢູ່ຕາມຖະໜົນຫົນທາງ ແລະ ແຄມທະເລສາບຂອງເມືອງຄຸນໝິງ ເມືອງແຫ່ງລະດູການໄມ້ປົ່ງ;
ກາຍເປັນນັກເລົ່າເລື່ອງ, ນຳໃຊ້ກ້ອງຖ່າຍຮູບ ແລະ ຄຳເວົ້າຂອງທ່ານເພື່ອບັນທຶກເລື່ອງລາວຕ່າງໆຂອງເມືອງຄຸນໝິງ, ແລະ ຖ່າຍທອດກິ່ນຫອມອັນອຸດົມສົມບູນຂອງກາເຟ ແລະ ສະເໜ່ທາງວັດທະນະທຳຂອງທົ່ງພຽງດິນແດງໃຫ້ກັບໝູ່ເພື່ອນທົ່ວໂລກ;
ກາຍເປັນຜູ້ເຊື່ອມຕໍ່ມິດຕະພາ, ໃຊ້ກາເຟຈອກໜຶ່ງເພື່ອສ້າງເພື່ອນມິດທົ່ວໂລກ, ແລະ ສ້າງສາຍພົວພັນທີ່ເລິກເຊິ່ງຂ້າມພູຜາ ແລະ ທະເລຜ່ານການແລກປ່ຽນລົດຊາດ ແລະ ວັດທະນະທຳຂອງກາເຟ.
ພວກເຮົາຍິນດີຕ້ອນຮັບທຸກຄົນມາແບ່ງປັນຊ່ວງເວລາຂອງທ່ານກັບກາເຟຂອງຄຸນໝິງໃນສື່ສັງຄົມອອນລາຍເຊັ່ນ: Weibo, Douyin, Facebook, X, TikTok, ແລະ YouTube. ກະລຸນາໃສ່ ຫົວຂໍ້ #ALetterfromKunming #SpringCityInvitesYou #KunmingCoffeeGlobalVibe #CoffeeFragranceConnectsTheWorld ແລະ ເລີ່ມຕົ້ນການເດີນທາງທີ່ມີກິ່ນຫອມໄປສູ່ ເມືອງແຫ່ງລະດູໃບໄມ້ປົ່ງ ຮ່ວມກັນ!
ຄູ່ມືການເຂົ້າຮ່ວມຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"
ຊຸດກິດຈະກຳການເຜີຍແຜ່ສາກົນ"A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ"ແບ່ງອອກເປັນ 4 ຫົວຂໍ້ຄື:"ລະດູບານໃໝ່,ລະດູຮ້ອນ,ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ". ພວກເຮົາຂໍເຊີນຊວນເພື່ອນມິດສະຫາຍຈາກທົ່ວທຸກມຸມໂລກມາຮ່ວມງານກັບພວກເຮົາທີ່ຄຸນໝິງ ແລະ ແບ່ງປັນຄວາມງາມຂອງຄຸນໝິງຜ່ານສາຍຕາຂອງທ່ານ!
I. ວິທີການເຂົ້າຮ່ວມ
1. ການເຜີຍແຜ່ຮ່ວມກັນແບບອອນລາຍ.
ເຜີຍແຜ່ເນື້ອຫາຕົ້ນສະບັບກ່ຽວກັບຫົວຂໍ້ຂອງເມືອງຄຸນໝິງຜ່ານຊ່ອງທາງທີ່ກຳນົດໄວ້, ໂດຍກວມເອົາທິວທັດ, ຮີດຄອງປະເພນີ, ອາຫານ ແລະ ປະສົບການຊີວິດ, ໃນຮູບແບບວິດີໂອສັ້ນໆ, ຂໍ້ຄວາມ ແລະ ຮູບພາບ, ພ້ອມທັງການຖ່າຍທອດສົດ.
ຊ່ອງທາງສື່ສັງຄົມຕ່າງປະເທດເຊັ່ນ: Facebook, X, TikTok, ແລະ YouTube ດ້ວຍ hashtag #ALetterfromKunming
ຊ່ອງທາງສື່ສັງຄົມພາຍໃນປະເທດຈີນເຊັ່ນ:Weiboແລະ Douyin,ໂດຍໃຊ້ hashtag #SpringCityWelcomes
2. ປະສົບການອອບໄລນ໌ແບບເຈາະເລິກ
ສຳຜັດປະສົບການເມືອງຄຸນໝິງໂດຍກົງ, ດຳລົງຊີວິດໃນສະເໜ່ຂອງເມືອງ ແລະບັນທຶກເລື່ອງລາວຂອງທ່ານເອງກ່ຽວກັບເມືອງລະດູບານໃໝ່.ແລ້ວສົ່ງເລື່ອງລາວຂອງທ່ານໄປຍັງຊ່ອງທາງສື່ສັງຄົມທີ່ໄດ້ກ່າວມາຂ້າງເທິງ.ຖ້າທ່ານຕ້ອງການເຂົ້າຮ່ວມກິດຈະກຳຕ່າງໆຕາມຫົວຂໍ້, ຮັບຄຳແນະນຳກ່ຽວກັບສະຖານທີ່ເຊັກອິນ ຫຼື ຂໍ້ຄວາມຊ່ວຍເຫຼືອທີ່ກ່ຽວຂ້ອງອື່ນໆ, ກະລຸນາຕິດຕໍ່ພວກເຮົາທາງຂໍ້ຄວາມສ່ວນຕົວຜ່ານຊ່ອງທາງທາງການ.
3. ການຮ່ວມສ້າງກິດຈະກຳຕະຫຼອດທັງສີ່ລະດູການ
ໃນປີ 2026,ກິດຈະກຳດັ່ງກ່າວຈະໝູນວຽນຢູ່ອ້ອມຮອບສີ່ລະດູການຄື "ລະດູບານໃໝ່,ລະດູຮ້ອນ,ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ", ເຊິ່ງຈະເປີດກິດຈະກຳປະສົບການແບບປະສົມປະສານທາງອອນລາຍ ແລະ ອອບໄລນ໌ເປັນປະຈຳ.ໂດຍຈະມີການປະກາດຮັບສະມັກເຂົ້າຮ່ວມກິດຈະກຳຢ່າງຕໍ່ເນື່ອງຜ່ານຊ່ອງທາງທາງການ ແລະ ພວກເຮົາຂໍເຊີນເພື່ອນມິດສະຫາຍຈາກທົ່ວທຸກມຸມໂລກເຂົ້າຮ່ວມສ້າງປະສົບການໄປນຳກັນ.
II. ຊ່ອງທາງສອບຖາມແລະຂໍ້ມູນທາງການ
1.ຊ່ອງທາງພາຍໃນປະເທດຈີນ:ສູນຂໍ້ມູນຂ່າວສານຄຸນໝິງ(ເວັບໄຊທ໌ທາງການ,Weibo, Douyin,ບັນຊີວິດີໂອ,ບັນຊີທາງການ WeChat)
2. ຊ່ອງທາງສາກົນ: KunmingInformationHub (Facebook,X,Ins), InKunming (TikTok, YouTube)
3.ວິທີການສອບຖາມ:ສົ່ງຂໍ້ຄວາມສ່ວນຕົວໄປຫາບັນຊີທາງການທີ່ກ່ຽວຂ້ອງໃນແຕ່ລະແພລດຟອມແລະພະນັກງານຈະຕອບກັບພາຍໃນ 3 ມື້ເຮັດວຽກ.
4. ການຕິດຕາມການອັບເດດຂອງກິດຈະກຳ:ຂໍ້ມູນກ່ຽວກັບກິດຈະກຳສະເພາະຕາມລະດູການ,ການແນະນຳຜົນງານທີ່ໂດດເດັ່ນ,ຜົນປະໂຫຍດຂອງຜູ້ສ້າງ ແລະ ເລື່ອງອື່ນໆທີ່ກ່ຽວຂ້ອງຈະສືບຕໍ່ໄດ້ຮັບການອັບເດດ ແລະ ປ່ອຍອອກມາໃນຊ່ອງທາງທາງການຕ່າງໆ.ກະລຸນາຕິດຕາມ.
III. ຂໍ້ກຳນົດກ່ຽວກັບເນື້ອຫາ ແລະ ສິດທິຂອງຜູ້ສ້າງ
1.ຜົນງານທີ່ສົ່ງເຂົ້າປະກວດຕ້ອງເປັນເນື້ອຫາຕົ້ນສະບັບທີ່ມີຄຸນຄ່າໃນທາງບວກ. ຫ້າມລະເມີດລິຂະສິດ ແລະ ການເຜີຍແຜ່ທີ່ບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ. ຜົນງານທີ່ສົ່ງເຂົ້າປະກວດຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທ້ອງຖິ່ນ ແລະ ແນວທາງການດໍາເນີນງານຂອງແຕ່ລະແພລດຟອມ.
2. ຜູ້ຈັດງານຈະຄັດເລືອກ ແລະ ແນະນຳຜົນງານທີ່ມີຄຸນນະພາບສູງເປັນປະຈຳ. ໂດຍການສົ່ງຜົນງານ,ຜູ້ສົ່ງຕົກລົງເຫັນດີໃຫ້ມີການເຜີຍແຜ່ ແລະ ວາງສະແດງຕໍ່ສາທາລະນະ. ຜູ້ຈັດງານຈະມອບໃບຢັ້ງຢືນຜູ້ສ້າງຮ່ວມທີ່ດີທີ່ສຸດ "A Letter from Kunmingຍິນດີຕ້ອນຮັບສູ່ນະຄອນຄຸນໝິງ ປີ 2026" ໃຫ້ແກ່ຜູ້ສ້າງທີ່ໂດດເດັ່ນຂອງປີ ແລະ ຜູ້ສ້າງແຕ່ລະຄົນຈະໄດ້ຮັບຊຸດຂອງຂວັນທີ່ລະນຶກສຸດພິເສດຈາກຄຸນໝິງ.




