ໃນເມື່ອກ່ອນຫລາຍປະເທດກ່າວຂານກັນວ່າ ສປປ ລາວ ເປັນປະເທດນ້ອຍດ້ອຍພັດທະນາ, ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ການຜະລິດຫລ້າຫລັງອາໃສທໍາມະຊາດ, ພື້ນຖານໂຄງລ່າງບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ, ການຄົມມະນາຄົມຂົນສົ່ງຍິ່ງມີຄວາມລຳບາກຫຍຸ້ງຍາກທີ່ສຸດ, ບາງແຂວງບໍ່ສາມາດໄປມາຫາສູ່ກັນໄດ້ໂດຍສະເພາະໃນລະດູຝົນ.

ໃນວັນທີ 3 ທັນວາ 2021 ພາຍຫລັງທີ່ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງສປຈີນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຮ່ວມກັນເປັນສັກຂີພິຍານ ໃນພິທີເປີດນຳໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງການໂດຍຮູບແບບຜ່ານວີດິໂອທາງໄກ ທີ່ພາຍຫລັງການສູ້ຊົນຢ່າງຫຍຸ້ງຍາກລຳບາກມາເປັນເວລາ 6 ປີ, ທາງລົດໄຟລາວ-ຈີນ ທີ່ມີຄວາມຍາວ 1.035 ກິໂລແມັດກໍໄດ້ສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ, ສປປລາວໄດ້ກ້າວເຂົ້າສູ່ຍຸກແຫ່ງການຂົນສົ່ງດ້ວຍທາງລົດໄຟ.
ໂຄງການສ້າງທາງລົດໄຟລາວ-ຈີນ ໄດ້ກາຍເປັນສັນຍາລັກທີ່ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນ ທາງທີ່ມີຄຸນນະພາບສູງ, ສິ່ງສຳຄັນແມ່ນເຮັດໃຫ້ ສປປ ລາວ ສີ້ນສຸດໄລຍະປະຫວັດສາດທີ່ບໍ່ມີທາງລົດໄຟ ໄດ້ມີທາງລົດໄຟທີ່ທັນສະໄໝ ແລະ ເປັນເສັ້ນທາງເຊື່ອມຕໍ່ຍຸດທະສາດທີ່ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ, ພ້ອມທັງຊຸກຍູ້ເສດຖະກິດຂອງສປປລາວໃຫ້ເຂັ້ມແຂງ ແລະ ນຳເອົາຄວາມຜາສຸກມາສູ່ປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດຢ່າງແທ້ຈິງ. ເວົ້າລວມ, ເວົ້າສະເພາະ ແມ່ນເຮັດໃຫ້ປະຊາຊົນສອງຊາດລາວ-ຈີນ ໄປມາຫາສູ່ກັນສະດວກສະບາຍຍິ່ງຂຶ້ນ. ພ້ອມດຽວກັນນີ້, ກໍໄດ້ຊ່ວຍໃຫ້ສປປລາວ ບັນລຸຄວາມມຸ້ງຫວັງໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອໂຍງເຊື່ອມຈອດກັບພາກພື້ນ ແລະ ອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂອງປະຊາຊົນ, ຊ່ວຍຊຸກຍູ້ການພັດທະນາໃນດ້ານຕ່າງໆ ເຊັ່ນ: ການຂົນສົ່ງ, ການ ທ່ອງທ່ຽວ, ກະສິກຳ ແລະ ອື່ນໆ ກໍຄືການສ້າງຕົວເມືອງທັນສະໄໝຢູ່ລຽບຕາມແລວທາງລົດໄຟ.